ຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນ ແບບທີ 2

ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 2 ເມສາ 2025


ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 2 ເມສາ 2025 ຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມື ກັບຕ່າງປະເທດ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
        The groundbreaking ceremony for the Sekong Coal-Fired Thermal Power Plant project of Phonesack Group Co., Ltd. in Kalum District, Sekong Province was held on April 2, 2025, with the participation of Mr. Saleumxay Kommasith, Deputy Prime Minister in charge of economic affairs and international cooperation, Mr. Phoxay Sayasone, Minister of Energy  and Mines, Mr.  Leklay Sivilay , Governor of Sekong Province, and relevant parties.  


        ໃນພິທີວາງສີລາລຶກ ໂຄງການດັ່ງກ່າວ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ກ່າວລາຍງານວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1,800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ, ຊຶ່ງກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງອອກໄປປະເທດກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ.

        ໂຄງການດັ່ງກ່າວ ມີມູນຄ່າກໍ່ສ້າງທັງໝົດປະມານ 4 ຕື້ໂດລາສະຫະລັດ ໂດຍເລີ່ມກໍ່ສ້າງຢ່າງເປັນທາງການ ໃນວັນທີ 1 ເມສາ 2025 ຊຶ່ງໂຮງໄຟຟ້າຫຼັງທໍາອິດ ຈະເປີດດໍາເນີນການຜະລິດກະແສໄຟຟ້າ ໃນເດືອນມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030; ມີອາຍຸສຳປະທານ 30 ປີ (2030-2060) ໂດຍຈະຕ້ອງນໍາໃຊ້ຖ່ານຫີນ ເພື່ອຜະລິດພະລັງງານໄຟຟ້າ ປະມານ 10-11 ລ້ານໂຕນ/ປີ. ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ, ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາ ຊາຍແດນລາວ-ກໍາປູເຈຍ ຊຶ່ງຜູ້ດໍາເນີນການກໍ່ສ້າງໂຮງໄຟຟ້າ ແມ່ນບໍລິສັດ ພີເອັສຈີຊີ ໄທ (PSGC Thai), ສ່ວນຜູ້ສະໜອງອຸປະກອນ ແລະ ເຄື່ອງຈັກຫຼັກ ໃນການກໍ່ສ້າງໂຮງໄຟຟ້າ ແລະ ຜູ້ຮັບເໝົາກໍ່ສ້າງສາຍສົ່ງໄຟຟ້າດັ່ງກ່າວ ແມ່ນບໍລິສັດ ຊີດັບເບີ້ນຢູພີຊີ ຈຳກັດ (CWPC Co., Ltd.).

        ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ເປັນແຫ່ງທີ່ສອງ ຂອງ ສປປ ລາວ, ເປັນໂຄງການຂະໜາດໃຫຍ່ ຊຶ່ງຈະເປັນປັດໄຈພື້ນຖານໃຫ້ແກ່ການພັດ ທະນາອຸດສາຫະກໍາ, ດຶງດູດການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ.

        ການກໍ່ສ້າງໂຄງການນີ້ ເປັນການພັດທະນາອຸດສາຫະກໍາທີ່ສໍາຄັນ ແລະ ນອນຢູ່ໃນແຜນຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຮອດປີ 2030, ເປັນໂຄງການໃຫຍ່ ທີ່ມີການລົງທຶນສູງ, ນໍາໃຊ້ເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ພ້ອມທັງ ມີຄວາມເຊື່ອໝັ້ນວ່າ: ພາຍຫຼັງກໍ່ສ້າງໂຄງການສຳເລັດ ຈະ​​ກາຍເປັນເງື່ອນໄຂທີ່ສໍາຄັນ ໃຫ້ແກ່ການ​ພັດທະນາອຸດສາຫະກໍາພະລັງງານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ, ສາມາດເຊື່ອມໂຍງພະລັງງານກັບປະເທດໃກ້ຄຽງໄດ້ຫຼາຍຂຶ້ນ, ທັງເປັນການປະຕິບັດທິດທາງ ແລະ ຈຸດໝາຍ ”ຂຸດຄົ້ນທ່າແຮງບົ່ມຊ້ອນ​ ຂອງແຫຼ່ງຊັບພະຍາກອນທໍາມະຊາດ ເພື່ອຜະລິດພະລັງງານສະອາດ, ມີສະຖຽນລະພາບ, ໝັ້ນຄົງ, ສາມາດສະໜອງ​ກະ​ແສ​ໄຟຟ້າ ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການຊົມ​ໃຊ້ຢູ່​ພາຍ​ໃນ ແລະ ມີການ​ສົ່ງ​ອອກ” ໃຫ້ປະກົດຜົນເປັນຈິງ.

At the groundbreaking ceremony for the project, Mr. Phonesack Vilaysack, Chairman of Phonesack Group of Companies Limited, reported that the construction project of this coal-fired thermal power plant has a total production capacity of 1,800 megawatts, consisting of 6 plants, each with 300 megawatts, the electricity generated will be exported to Cambodia under a power purchase agreement (PPA) with the State-owned Electricity of Cambodia.

        The project has a total construction cost of approximately US$4 billion, with construction officially starting on April 1, 2025. The first power plant will be operational in January 2028, and all six plants will be fully operational by January 2030; the concession period is 30 years (2030-2060), and the coal will be used to produce approximately 10-11 million tons of electricity per year. In addition to the power plant, a 500-kilowatt, 253-kilometer transmission line will be built from this power plant to the Lao-Cambodia border. The power plant construction operator is PSGC Thai, while the main equipment and machinery supplier for the power plant construction and the transmission line construction contractor is CWPC Co., Ltd.

        This coal-fired thermal power project is the second in the Lao PDR, a large-scale project that will be a fundamental factor for industrial development, attract investment, contribute to the country's socio-economic development, achieve strong and robust growth, and gradually improve people's living standards.

        The construction of this project is an important industrial development and is part of the energy and mining development strategy until 2030. It is a large-scale project with high investment, using modern techniques and technologies. It is also confident that after the project is completed, it will become an important condition for the development of the energy industry, contributing to the socio-economic development of the Lao PDR in the short and long term, and will be able to integrate energy with neighboring countries more. It is also a practical implementation of the direction and goal of "exploiting the potential of natural resources to produce clean, stable, and sustainable energy, capable of providing electricity to meet domestic consumption needs and export demand."


















Post a Comment

Previous Post Next Post