ຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນ ແບບທີ 2

ຍິນດີຕ້ອນຮັບນັກສຶກສາໃຫມ່ ສົກ2023-2024🎉 📣 ນ້ອງໆ ທີ່ຈົບ ມໍ4,​ມໍ7 ສາມາດສະຫມັກເຂົ້າຮຽນໄດ້ເລີຍ ມີຫລາກຫລາຍສາຂາໃຫ້ເລືອກຮຽນ ຮີບມາຮີບມານ້ອງໆ ຮຽນວິຊາຊີບ ມີອາຊີບ ຕິດໂຕຕະຫລອດການ


 ຍິນດີຕ້ອນຮັບນັກສຶກສາໃຫມ່ ສົກ2023-2024🎉 📣 ນ້ອງໆ ທີ່ຈົບ ມໍ4,​ມໍ7 ສາມາດສະຫມັກເຂົ້າຮຽນໄດ້ເລີຍ ມີຫລາກຫລາຍສາຂາໃຫ້ເລືອກຮຽນ ຮີບມາຮີບມານ້ອງໆ ຮຽນວິຊາຊີບ ມີອາຊີບ ຕິດໂຕຕະຫລອດການ

ຢູ່​ໃນ​ປື້ມ​ຫົວ​ນີ້​ປະ​ກອບ​ມີຫຼາຍ​ພາກ ແລະ ບັນ​ຫາ​ທີ່​ສຳຄັນ​ເຊັ່ນ: ການ​ຄຸ້ມຄອງບໍລິຫານ, ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ, ການຄຸ້ມຄອງຫຼັກສູດ, ​ການປະເມີນການ​ປະ​ຕິ​ບັດ​ການ​ຈັດ​ຕັ້ງ​ການ​ຮຽນ-ການ​ສ​ອນ, ການສົ່ງເສີມຜູ້ຮຽນ ແລະ ອື່ນໆ. ໄປ​ພ້ອມນີ້​ການ​ປະ​ເມີນ​ຕົນ​ເອງ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ດີ​ ສິ່ງ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້, ​ຈຸດ​ອ່ອນ ແລະ ຂໍ້​ສະ​ເໜີ​ແນະໃນການປັບປຸງແກ້ໄຂ ໃນຕອນ​ສຸດ​ທ້າຍ​ຂອງ​ປື້ມ​ຫົວ​ນີ້​ຍັງ​ໄດ້​ສະຫຼຸບ​ຜົນ​ການ​ປ​ະ​ເມີນ​ຕົນ​ເອງ​ຕາມ​ແຕ່​ລະ​ມາດ​ຕະ​ຖານ​ຢ່າງ​ຊັດ​ເຈນ.

ເນື້ອ​ໃນ​ທີ່ປະ​ກອບ ແລະ ການພັດ​ທະ​ນາ​ ແມ່ນ​ໄດ້​ປະ​ຕິ​ບັດ​ຕາມຫຼັກ​ການ ແລະ ວິ​ທີ​ການ​ຕ່າງໆ ຂອງ​ສູນ​ປະ​ກັນ​ຄຸນ​ນະ​ພາບ​ການ​ສຶກ​ສາໄດ້​ກຳ​ນົດ​ໄວ້ ໂດຍ​ອີງ​ໃສ່​ໝາກ​ຜົນ ແລະ ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຂອງໂຮງ ຮຽນໃນ​ປີ​ຜ່ານ​ມາ ບົນ​ພື້ນ​ຖານ​ຄວາມ​ເປັນ​ເອ​ກະ​ພາບ​ ຂອງ​ຄະນ​ະ​ຮັບ​ຜິດ​ຊອບ​ການ​ປະ​ເມີນ​ຕົນ​ເອງ ຂອງໂຮງ ຮຽນ.

ເຖິງຢ່າງໃດກໍ່ຕາມປື້ມ​ຫົວ​ນີ້​ເຖິງວ່າ​ໄດ້​ຜ່ານ​ການ​ຮຽບ​ຮຽງ​ຢ່າງ​ທີ່​ຖ້ວນ ໂດຍ​ຖືກ​ຕ້ອງ​ຕາມຄວາມ​ເປັນ​ຈິງ ແລ້ວ​ກໍ​ຕາມ, ແຕ່​ກໍ່​ປະ​ສະ​ຈາກບໍ່​ໄດ້ ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ເປັນ​ຕົ້ນຫຼັກ​ຖານ ຫຼື ຂໍ້​ມູນ​ຕ່າງໆ ທີ່​ສາ​ມາດ​ຊ່ວຍ​ສະນັບສະໜູນໃຫ້​ເຫັນ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ບາງ​ບັນ​ຫາ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ, ເນື່ອງ​ຈາກ ຜູ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບາງ​ໜ່ວຍ​ງານ​ຍັງ​ບໍ່​ທັນ​ມີ​ບົດ​ຮຽນ ແລະ ປະ​ສົບ​ການ​ມາ​ກ່ອນ.



Post a Comment

Previous Post Next Post